PhoneO_5
sarNie Oldmaid
http://www.youtube.com/watch?v=vwJDL1lO_qw
Follows the love stories of 4 couples
I'll come back and translate this later today after work
ເລື່ອງຫຍໍ້ :
ຄິດເຖິງທຸກຄືນ.
ເລື່ອງລາວຄວາມຮັກຂອງຄົນ 4 ຄູ່ ທີ່ໄດ້ມາພົບກັນໃນວັນຂຶ້ນປີໄຫມ່ທີ່ວຽງຈັນ.
1. ງານລ້ຽງຂອງເພື່ອນເກົ່າ :
ເລື່ອງຂອງສາວອອຟຟີສ ທ່າທາງເຫງົາໆ ທີ່ຕຽມຕົວຈະໄປງານ ລ້ຽງພົບປະ ເພື່ອນເກົ່າ ວິທະຍາໄລ ແລ້ວຫາກໍພົບວ່າຕົງເອງມີຄວາມຮູ້ສຶກດີໆ ກັບຫມູ່ຜູ້ຊາຍ ຮ່ວມຫ້ອງຮຽນດຽວກັນ ທີ່ຕອນນັ້ນມັກຈະອາຍໆທີ່ຖືກຢອກວ່າເປັນແຟນກັນ ແຕ່ຕອນນີ້ນາງບໍ່ຮູ້ວ່າຈະປະຕິບັດຕົນຢ່າງໃດ ເພາະມີຂ່າວລືມາວ່າຊາຍ ຫນຸ່ມຄົນນັ້ນ ຈະເອົາບັດເຊີນແຕ່ງງານມາຢາຍ.
2. ພົມລິຂິດ :
ຊ່າງພາບຫນຸ່ມຈາກເມືອງໄທ ມາຖ່າຍຮູບງານ ເຄົາດາວ ແລ້ວພົບກັບສາວຫນຶ່ງ ຢ່າງບັງເອີນໃນຫລາຍໆສະຖານທີ່ ບໍ່ວ່າຈະເປັນວັດ ຕະຫລາດ ຫລືຕາມສະຖານ ທີ່ທ່ອງທ່ຽວຕ່າງໆ ຈົນວັນ ເຄົາດາວ ສົ່ງທ້າຍປີເກົ່າຕ້ອນຮັບປີໄຫມ່ ເຂົາຈຶ່ງຕັດ ສິນໃຈທີ່ຈະຕ້ອງຫາທາງທຳຄວາມຮູ້ຈັກກັບນາງໃຫ້ໄດ້.
3. ຝົນດາວຕົກ :
ຊາຍຫນຸ່ມໄວລຸ້ນ ມາເບິ່ງຝົນດາວຕົກຍ່ານແຄມຂອງ ເຂົາໄດ້ພົບກັບສາວລາວຫນ້າຮັກຄົນຫນຶ່ງ ລົມກັນຢ່າງປະທັບໃຈ ແຕ່ລາວເຜີນອນຫລັບໄປສາກ່ອນ ໂຍບໍ່ທັນ ໄດ້ຂໍເບີໂທ ຫລື ອີແມວຂອງກັນໄວ້ ພໍອີກປີຫນຶ່ງທີ່ມີຂ່າວວ່າຈະ ຝົນດາວຕົກແຖວເກົ່າ ເຂົາຈຶ່ງມາຄອຍຖ້າ ດ້ວຍຄວາມຫວັງວ່າສາວ ຄົນນັ້ນ ຈະກັບມາອີກ.
4. ຈົດຫມາຍຮັກ :
ຊາຍຫນຸ່ມຈາກຕ່າງແຂວງຂຽນຈົດຫມາຍມາຫາສາວທີ່ວຽງຈັນຕັ້ງແຕ່ຕອນ ຮຽນຢູ່ ວິທະຍາໄລ.ຜ່ານມາເຈັດແປດປີແລ້ວ ຈົນເມື່ອຊາຍຫນຸ່ມ ເດີນທາງມາຫາ ນາງ ຄວາມຮູ້ຶສຶກຂອງທັງສອງນັ້ນຜູກພັນກັນຢ່າງບໍ່ຮູ້ຕົວ ແຕ່ວ່າເມື່ອມີເພື່ອນຍິງຂອງ ນາງມາກ່ຽວກັບຊາຍຫນຸ່ມ ກໍຈຶ່ງກໍ່ໃຫ້ເກີດຄວາມຮູ້ສຶກແບບຮັກສາມເສົ້າໄປ ຕະຫລອດໄລຍະຂອງການເດີນທາງທ່ອງທ່ຽວນຳກັນຂອງພວກເຂົາ.
ນຳສະແດງນຳໂດຍ : ແບງ ປະວະຣິດ ມົງຄົນພິສິດ,ໄມເຄິນ ສິຣະຊັດຈຽນຖາວອນ,ນຸຖາ ລາດຊະວົງລາວ,ສຸກຈິນດາ ດວງຄຳຈັນ,ແສງດາວວີ ມະສິສົມໄຊ,ຈອມຂວັນ ກຸນທະເສນ,
ຂຽນບົດ - ກຳກັບການສະແດງ : ສັກຊາຍ ດີນານ
ອຳນວຍການສ້າງ : ອະນຸສອນ ສິຣິສັກດາ,ສັກຊາຍ ດີນານ
credit: https://www.facebook.com/pages/Lao-Movie-%E0%B8%84%E0%B8%B4%E0%B8%94%E0%B8%96%E0%B8%B6%E0%B8%87%E0%B8%97%E0%B8%B8%E0%B8%81%E0%B8%84%E0%B8%B7%E0%B8%99-%E0%BA%84%E0%BA%B4%E0%BA%94%E0%BA%AE%E0%BA%AD%E0%BA%94/264941446903417?sk=info